ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮາ​ມາດ ແລະ ຟາ​ຕາ ເຂົ້າ​ຮ່ວມ​ການ​ພົບ​ປະ​ລະຫວ່າງ​ບັນດາ​ພັກ​ຂອງ ປາ​ແລັດ​ສະ​ຕິນ ຢູ່​ລັດເຊຍ


     ອີງ​ຕາມ​ຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 28 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ທ່ານ ມິ​ເຄວ ບັອກ​ດາ​
ນັອບ (Mikhail Bogdanov), ຮອງ​ລັດຖະມົນຕີ​ການ​ຕ່າງປະເທດ ລັດເຊຍ ໄດ້​ໃຫ້​ຮູ້​ວ່າ: ບັນດາ​ຜູ້ຕາງໜ້າ​ຂອງ​ຂະ​ບວນ​ການ ອິດ​ສະ​ລາມ
ຮາ​ມາດ ແລະ ຂະ​ບວນ​ການ​ປົດ​ປ່ອຍ​ຊາດ ປາ​ແລັດ​ສະ​ຕິນ (ຟາ​ຕາ) ເຂົ້າ​ຮ່ວມ​ການ​ພົບ​ປະ​ລະຫວ່າງ​ບັນດາ​ພັກ​ຂອງ ປາ​ແລດ​ສະ​ຕິນ ຢູ່​ມົດ​ສະ​
ກູ, ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກຸມພາ 2024 ຜ່ານ​ມາ.

     ນອກຈາກ​ນີ້, ໃນ​ວັນ​ທີ 28 ກຸມພາ 2024 ທີ່​ຜ່ານ​ມາ, ທ່ານ ອິດ​ສະ​ເມວ ຮາ​ນິ​ເຢ (Ismail Haniyeh), ຜູ້ນຳ​ກຸ່ມ ຮາ​ມາດ ໄດ້​ໃຫ້​
ຮູ້​ວ່າ: ກຳລັງ​ຂອງ​ຕົນ ໄດ້​ສະແດງ​ລັກສະນະ​ມີ​ໄຫວ​ພິບ ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ ແລະ ກໍ່​ກຽມພ້ອມ​ສືບຕໍ່ ຕໍ່
ສູ້​ເພື່ອ​ປະຊາຊົນ. ທ່ານ ຮາ​ນິ​ເຢ ຖື​ວ່າ: ເລື່ອງ ອິດ​ສະ​ຣາ​ແອນ ສະກັດ​ກັ້ນ​ເຄື່ອງ​ອຸປະຖຳ​ໄປ​ຍັງ​ເຂດ ກາ​ຊາ ແມ່ນ “ເປັນ​ການ​ກະທຳ​ທີ່​ເຈດ​ຕະ​
ນາ” ແລະ ຮຽກຮ້ອງ​ຕໍ່ຕ້ານ​ທີ່​ປະກາດ​ຕົວ​ເອງ, ລວມ​ມີ: ກຸ່ມ ເຮ​​ສ​ໂບ​ເລາະ (Hezbollah) ຢູ່ ລີ​ບັງ (Lebanon), ກຸ່ມ ຮູ​ຕິ (Houthi)
ຢູ່ ເຢ​ເມນ (Yemen) ແລະ ກຳລັງ​ຕໍ່ຕ້ານ ອິດ​ສະ​ລາມ ຢູ່ ອີ​ຣັກ (Iraq), ກໍ່​ຄື​ບັນດາ​ປະເທດ ອາ​ຣັບ ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຊາວ
ປາ​ແລັດ​ສະ​ຕິນ ຢູ່​ເຂດ ກາ​ຊາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/03/2024